Select Language :

ພິທີມອບຮັບໃບອະນຸຍາດດໍາເນີນທຸລະກິດຂອງບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ

Date: 14/01/2023




ໃນຕອນບ່າຍຂອງວັນທີ 14 ມັງກອນ 2022 ທີ່ ຫ້ອງປະຊຸມໃຫຍ່ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ຈັດພິທີມອບຮັບໃບອະນຸຍາດດໍາເນີນທຸລະກິດຂອງ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສຽວສະຫວາດ ທິລະກຸນ, ຮອງຫົວໜ້າ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ລິນລີ, ຜູ້ອໍານວຍການ ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ ພ້ອມດ້ວຍບັນດາແຂກທີ່ມີກຽດຈາກ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ແລະ 4 ບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ບໍລິສັດຫຼັກຊັບ ທຄຕລ-ກລ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ເອພີເອັມ ລາວ ຈຳກັດ ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນພິທີດັ່ງກ່າວ.